ການກະທຳຜິດ, ການປັບໄໝ ແລະ ການອຸທອນກ່ຽວກັບພາສີອາກອນ

ການກະທຳຜິດ
ການຝ່າຝືນກົດໝາຍວ່າດ້ວຍພາສີ ຫຼື ບັນດາລະບຽບຫຼັກການຕ່າງໆ ແມ່ນເປັນຄວາມຜິດ ແລະ ອາດຖືກປັບໄໝ ຫຼື ດຳເນີນຄະດີຕາມກົດໝາຍ.
ຄວາມຜິດແມ່ນມີ 2 ປະເພດຄື:
- ການກະທຳຜິດບໍ່ຮຸນແຮງຊຶ່ງອາດເປັນຄວາມຜິດຂັ້ນໜຶ່ງ, ຂັ້ນສອງ ຫຼື ຂັ້ນສາມ;
- ການກະທຳຜິດຮຸນແຮງຊຶ່ງອາດເປັນຄວາມຜິດຂັ້ນໜຶ່ງ ຫຼື ຂັ້ນສອງ.
ການກະທຳຜິດບໍ່ຮຸນແຮງປະກອບດ້ວຍ ການແຈ້ງຂໍ້ມູນທີ່ບໍ່ຖືກຕ້ອງ ຫຼື ບໍ່ສົມບູນ (ເຊັ່ນວ່າ: ປະລິມານ, ລາຍລະ ອຽດຂອງສິນຄ້າ ແລະອື່ນໆ), ການແຈ້ງມູນຄ່າ ຫຼື ປະເພດທີ່ບໍ່ຖືກຕ້ອງທີ່ມີຈຸດປະສົງ ເພື່ອຫຼີກເວັ້ນບໍ່ເສັຍພາສີ ອາກອນ, ການເກັບ ຫຼື ການດຳເນີນການ ກ່ຽວກັບສິນຄ້າທີ່ຕ້ອງເສັຍອາກອນ ໂດຍບໍ່ມີເອກະສານດ້ານພາສີທີ່ ຖືກຕ້ອງສົມບູນ.
ການກະທຳຜິດຮຸນແຮງແມ່ນກ່ຽວຂ້ອງກັບການສົ່ງອອກ ຫຼື ການນຳເຂົ້າສິນຄ້າທີ່ຢູ່ພາຍໃຕ້ການຄວບຄຸມໂດຍບໍ່ໄດ້ ຮັບອະນຸຍາດທີ່ຖືກຕ້ອງຈາກພາສີ ຫຼື ອຳນາດການປົກຄອງທີ່ກ່ຽວຂ້ອງ.
ລາຍລະອຽດຂອງການກະທຳຜິດຕ່າງໆ ທີ່ໄດ້ກ່າວມາຂ້າງເທິງນັ້ນ ແລະ ການປັບໄໝອັນເນື່ອງມາຈາກການກະທຳຜິດແມ່ນສາມາດເບິ່ງໄດ້ໃນ ກົດໝາຍວ່າດ້ວຍພາສີ, ພາກທີ XIV, ໝວດທີ 1.
ການອຸທອນ
ບຸກຄົນໃດໜຶ່ງອາດຍື່ນອຸທອນຕໍ່ກັບຄຳຕັດສີນຂອງພາສີ ທີ່ຕົນຖືວ່າເປັນການປະຕິບັດທີ່ບໍ່ຍຸຕິທຳ. ຂັ້ນຕອນ ແລະ ກົດລະບຽບຕ່າງໆ ກ່ຽວກັບການຍື່ນອຸທອນ ແລະ ການໄກ່ເກ່ຍ ແມ່ນໄດ້ອະທິບາຍໄວ້ໃນ ກົດໝາຍວ່າດ້ວຍພາສີ, ພາກທີ X, ໝວດທີ 2.
ສະຫຼຸບການປັບໄໝ
ຂ້າງລຸ່ມນີ້ແມ່ນບົດສະຫຼຸບການປັບໄໝ ເນື່ອງຈາກການກະທຳຜິດໃນຮູບແບບຕ່າງໆ.
ການປັບໄໝ ເນື່ອງຈາກການກະທຳຜິດບໍ່ຮຸນແຮງຂັ້ນໜຶ່ງ
ບຸກຄົນໃດໜຶ່ງທີ່ໄດ້ກະທຳຜິດບໍ່ຮຸນແຮງຂັ້ນໜຶ່ງ ຈະຖືກປັບໄໝຕາມມູນຄ່າຂອງສິນຄ້າ.
|
ມູນຄ່າສິນຄ້າຕໍ່າກວ່າ 5,000,000 ກີບ |
ຜູ້ກະທຳຜິດຈະໄດ້ຮັບການຕັກເຕືອນ |
|
ມູນຄ່າສິນຄ້າແຕ່ 5,000,001 ເຖິງ 10,000,000 ກີບ |
ຜູ້ກະທຳຜິດຈະຖືກປັບໄໝ 5% ຂອງມູນຄ່າສິນຄ້າ |
|
ມູນຄ່າສິນຄ້າຫຼາຍກວ່າ 10,000,000 ກີບ |
ຜູ້ກະທຳຜິດຈະຖືກປັບໄໝ 10% ຂອງມູນຄ່າສິນຄ້າ |
ການປັບໄໝ ເນື່ອງຈາກການກະທຳຜິດບໍ່ຮຸນແຮງຂັ້ນສອງ
ບຸກຄົນໃດໜຶ່ງທີ່ໄດ້ກະທຳຜິດບໍ່ຮຸນແຮງຂັ້ນສອງ ຈະຖືວ່າໄດ້ຫຼົບຫຼີກພາສີ ແລະ ຈະຖືກປັບໄໝດັ່ງລຸ່ມນີ້.
|
ຜູ້ກະທຳຜິດຈະຕ້ອງຈ່າຍຄ່າພາສີທັງໝົດ ແລະ ຈະຖືກປັບໄໝຄື: |
30% ຂອງມູນຄ່າສິນຄ້າ |
|
ຖ້າຜູ້ກະທຳຜິດ ກະທຳຄວາມຜິດເປັນເທື່ອທີສອງ, ຜູ້ກະທຳຜິດຈະຕ້ອງຈ່າຍຄ່າພາສີທັງໝັດ ແລະ ຈະຖືກປັບໄໝຄື: |
50% ຂອງມູນຄ່າສິນຄ້າ |
ການປັບໄໝ ເນື່ອງຈາກການກະທຳຜິດບໍ່ຮຸນແຮງ ຂັ້ນສາມ
ບຸກຄົນໃດໜຶ່ງທີ່ໄດ້ກະທຳຜິດບໍ່ຮຸນແຮງຂັ້ນສາມ ຈະຖືວ່າໄດ້ຫຼົບຫຼີກພາສີ ແລະ ຈະຖືກປັບໄໝດັ່ງລຸ່ມນີ້.
|
ຜູ້ກະທຳຜິດຈະຕ້ອງຈ່າຍຄ່າພາສີທັງໝົດ ແລະ ຈະຖືກປັບໄໝຄື: |
70% ຂອງມູນຄ່າສິນຄ້າ |
|
ຖ້າຜູ້ກະທຳຜິດ ກະທຳຄວາມຜິດເປັນເທື່ອທີສອງ, ຜູ້ກະທຳຜິດຈະຕ້ອງຈ່າຍຄ່າພາສີທັງໝັດ ແລະ ຈະຖືກປັບໄໝຄື: |
100% ຂອງມູນຄ່າສິນຄ້າ |
ການປັບໄໝ ເນື່ອງຈາກການກະທຳຜິດຮຸນແຮງຂັ້ນໜຶ່ງ
ການກະທຳຜິດເຫລົ່ານີ້ ແມ່ນພົວພັນກັບຄວາມພະຍາຍາມໃນການນຳເຂົ້າ ແລະ ສົ່ງອອກສິນຄ້າຄວບຄຸມໂດຍບໍ່ໄດ້ ຮັບການອະນຸຍາດທີ່ຖືກຕ້ອງ ແລະ ຍັງມີຄວາມຜິດບໍ່ຮຸນແຮງຂັ້ນສາມ ທີ່ກະທຳຊໍ້າແລ້ວຊ້ຳອີກ. ໃນທຸກໆກໍລະນີ, ສິນຄ້າຈະຖືກຍຶດໄວ້ ແລະ ນອກຈາກນັ້ນແລ້ວ ກໍ່ຈະມີການປັບໄໝດັ່ງລຸ່ມນີ້:
|
ທຸກໆການກະທຳຜິດຂັ້ນໜຶ່ງ |
30% ຂອງມຸນຄ່າສິນຄ້າ |
ການປັບໄໝ ເນື່ອງຈາກການກະທຳຜິດຮຸນແຮງຂັ້ນສອງ
ການປັບໄໝເຫລົ່ານີ້ຈະນຳໃຊ້ ສຳລັບບຸກຄົນທີ່ກະທຳຄວາມຜິດຮຸນແຮງຂັ້ນໜຶ່ງຫຼາຍກວ່າໜຶ່ງຄັ້ງ ພ້ອມທັງຝ່າຝືນ ສິດທິຊັບສິນທາງປັນຍາ ຫຼື ປອມແປງເອກະສານພາສີ.
|
ທຸກໆການກະທຳຜິດຂັ້ນສອງ |
50% ຂອງມູນຄ່າສິນຄ້າ |
ໃນກໍລະນີຂອງການກະທໍາຜິດທີ່ພົວພັນເຖິງ ສິນຄ້າຜິດກົດໝາຍເຊັ່ນວ່າ: ອາວຸດ, ສານເສບຕິດ ຫຼື ສານຫວງຫ້າມອື່ນໆ, ພາສີຈະຢຶດສິນຄ້ານັ້ນໄວ້ເປັນຫຼັກຖານ ແລະ ຈະສົ່ງເລື່ອງດັ່ງກ່າວໃຫ້ຕຳຫຼວດ ເພື່ອສືບສວນຕໍ່ໄປ ແລະ ຈະກະທຳການຕາມກົດໝາຍ.
ໃນເວລາມີການກະທໍາຜິດ, ພາສີອາດຢຶດສິນຄ້າ ຫຼື ພາຫະນະທີ່ໄດ້ນໍາໃຊ້ເຂົ້າໃນການກະທໍາຜິດ ເພື່ອເອົາໄວ້ເປັນຫຼັກຖານ ແລະ ດຳເນີນຄະດີຕາມກົດໝາຍ. ຂັ້ນຕອນຕ່າງໆ ກ່ຽວກັບການດຳເນີນຄະດີການກະທຳຜິດທາງດ້ານພາ ສີແມ່ນໄດ້ອະທິບາຍໄວ້ໃນ ກົດໝາຍວ່າດ້ວຍພາສີ, ພາກທີ XIV, ໝວດທີ 2.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.