ຊື່ເກືອດຫ້າມນໍາເຂົ້າຢາປາບສັດຕູພືດທີ່ມີຄວາມອັນຕະລາຍຮ້າຍແຮງ
ຄຳອະທິບາຍຢາປາບສັດຕູພືດອັນຕະລາຍຮ້າຍແຮງ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະຄວາມເປັນພິດກະທັນ ຫັນ ຕໍ່ສຸຂະພາບ ແລະ ຊີວິດຂອງຄົນ, ນອກນີ້ຍັງສົ່ງຜົນກະທົບຮ້າຍແຮງ ຕໍ່ສິ່ງແວດລ້ອມ ແລະ ຕົກຄ້າງຍາວນານ ຈາກຜົນໄດ້ຮັບທີ່ເຮັດໃຫ້ຈຳນວນສັດທົດລອງຕາຍ ຫ້າສິບສ່ວນຮ້ອຍ ເມື່ອໄດ້ຮັບທາດພິດຂອງຢາປາບສັດຕູພືດເຂົ້າທາງປາກໃນປະລິມານ ຫ້າ ຫາ ຫ້າສິບມິນລີກຣາມ ຫຼື ເຂົ້າທາງຜິວໜັງ ຫ້າສິບ ຫາ ສອງຮ້ອຍມິນລີກຣາມ ຕໍ່ນໍ້າໜັກຂອງສັດທົດລອງ ໜຶ່ງກິໂລກຣາມ. ຢາປາບສັດຕູພືດອັນຕະລາຍຮ້າຍແຮງ ບໍ່ອະນຸຍາດໃຫ້ ຜະລິດ, ນຳເຂົ້າ, ສົ່ງອອກ, ສົ່ງຜ່ານ, ຈຳໜ່າຍ, ນຳໃຊ້ ແລະ ຄອບຄອງ ຍົກເວັ້ນນຳໃຊ້ເພື່ອການຄົ້ນຄວ້າ ແລະ ການພັດທະນາເຕັກໂນໂລຊີ ຂອງລັດຖະບານ, ການປ້ອງກັນ ແລະ ຄວບຄຸມສັດຕູພືດກັກກັນ ຫຼື ພາຫະນຳເຊື້ອພະຍາດ, ແຕ່ຕ້ອງໄດ້ຂຶ້ນທະບຽນ ແລະ ຮັບອະນຸຍາດ ນຳກະຊວງກະສິກຳ ແລະ ສິ່ງແວດລ້ອມ.
ຄຳເຫັນເພື່ອປ້ອງກັນອັນຕະລາຍທີ່ອາດເກີດຂື້ນ
ເລີ່ມມີຜົນ2017-09-28
ສິ້ນສຸດ9999-12-31
ອ້າງອີງມາດຕາ 10 ຂອງດໍາລັດ ເລກທີ 258/ລບ
ປະເພດ ມາດຕະການສິນຄ້າເກືອດຫ້າມ
ອົງກອນກະຊວງ ກະສິກຳ ແລະ ສິ່ງແວດລ້ອມ
ເອກະສານນິຕິກຳ- ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017
UN CodeB11
ຂັ້ນຕອນຍ່ອຍ
# ຊື່ຂັ້ນຕອນ ລາຍລະອຽດ ໝວດ ເບິ່ງລາຍລະອຽດ
ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ສິນຄ້າ
# ລະຫັດ HSCODE ລາຍລະອຽດ
Step-by-Step Guide
# Process name Process short name ການດໍາເນີນການດ້ານການຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.