ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ
ເຖິງ ບັນດາ ບໍລິສັດນໍາເຂົ້າຍານພາຫະນະທາງບົກ ທົ່ວປະເທດ ກ່ຽວກັບການປະກອບເອກະສານ ຂໍອະນຸຍາດນໍາເຂົ້າຍານພາຫະນະທາງບົກ ເພື່ອມາຈໍາໜ່າຍຢູ່ ສປປ ລາວ.
ເພື່ອເຮັດໃຫ້ການຄຸ້ມຄອງການນໍາເຂົ້າຍານພາຫະນະທາງບົກເຂົ້າສູ່ລະບົບ, ເປັນເອກະພາບ, ສອດຄ່ອງຕາມລະບຽບກົດໝາຍ ແລະ ຫລັກການການຄ້າສາກົນ, ຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍຖືເປັນກຽດແຈ້ງມາຍັງ ບັນດາ ບໍລິສັດນໍາເຂົ້າຍານພາຫະນະທາງບົກ ທົ່ວປະເທດ ຊາບ ແລະ ປະຕິບັດ ດັ່ງນີ້:
I. ການຂໍອະນຸຍາດນໍາເຂົ້າຍານພາຫະນະທາງບົກແຕ່ລະຄັ້ງ ຕ້ອງປະກອບເອກະສານທີ່ຍັງມີຜົນໃຊ້ໄດ້ລຸ່ມນີ້ ເຂົ້າໃນລະບົບ NSWA+ ໃຫ້ຄົບຖ້ວນ:
1) ໃບທະບຽນວິສາຫະກິດ,
2) ໃບຢັ້ງຢືນການມອບອາກອນ,
3) ໃບອະນຸຍາດດໍາເນີນທຸລະກິດ,
4) ໃບຢັ້ງຢືນການລົງທະບຽນເປັນຜູ້ນໍາເຂົ້າ ແລະ ສົ່ງອອກ,
5) ໃບຢັ້ງຢືນການມອບສິດເປັນຕົວແທນຈາກໂຮງງານ ຫລື ບໍລິສັດ ແມ່ ທີ່ຕົນເອງເປັນຕົວແທນ (ສໍາລັບສັນຍາການເປັນຕົວແທນທີ່ເປັນເອກະສານຈໍານວນຫລາຍໜ້າ ແມ່ນໃຫ້ສໍາເນົາສົ່ງໃຫ້ກົມການຄ້າຕ່າງປະເທດ),
6) ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່ ອອກໂດຍໂຮງງານ ຫລື ບໍລິສັດ ແມ່ ທີ່ຕົນເອງເປັນຕົວແທນ,
7) ໃບຢັ້ງຢືນແຫລ່ງກໍາເນີດສິນຄ້າ (Certificate of Origin) ທີ່ລະບຸແຈ້ງຜູ້ສົ່ງອອກຈາກໂຮງງານ ຫລື ບໍລິສັດ ແມ່ ທີ່ຕົນເອງເປັນຕົວແທນ.
II. ມອບໃຫ້ກົມການຄ້າຕ່າງປະເທດ ສົມທົບກັບກົມພາສີ ກະຊວງການເງິນ, ສະມາຄົມອຸດສາຫະກໍາຍານພາຫະນະລາວ, ບໍລິສັດ BIVAC ຜູ້ພັດທະນາລະບົບ NSWA+ ແລະ ພາກສ່ວນກ່ຽວຂ້ອງເຜີຍແຜ່ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ. ຖ້າ ບໍລິສັດໃດ ຫາກບໍ່ໃຫ້ການຮ່ວມມືແມ່ນບໍ່ສາມາດນໍາເຂົ້າຍານພາຫະນະໄດ້ ຈົນກວ່າຈະສະໜອງເອກະສານຄົບຖ້ວນຕາມ ຂໍ້ 1 ຂ້າງເທິງ.
III. ແຈ້ງການສະບັບນີ້ມີຜົນສັກສິດພາຍຫລັງລົງລາຍເຊັນໄດ້ 15 ວັນເປັນຕົ້ນໄປ.
| # | ຫົວຂໍ້ | ດາວໂຫຼດ |
|---|---|---|
| 1 | ແຈ້ງການ ການປະກອບເອກະສານ ຂໍອະນຸຍາດນໍາເຂົ້າຍານພາຫະນະທາງບົກເພື່ອມາຈໍາໜ່າຍຢູ່ ສປປ ລາວ ເລກທີ 2204/ຫອຄ, ລົງວັນທີ 28 ສິງຫາ 2025 | PDF |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
PDF