ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ກະຊວງການເງິນ
ເລກທີ 1399 /ກງ
ນະຄອນຫຼວງວຽງຈັນ, ວັນທີ 07 ພຶດສະພາ 2025
ຄຳແນະນຳ
ວ່າດ້ວຍການຄຸ້ມຄອງຜູ້ປະກອບການມາດຕະຖານເອອີໂອ
(Authorized Economic Operators)
- ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020;
- ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 353/ນຍ, ລົງວັນທີ 02 ສິງຫາ 2024 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;
- ອີງຕາມບົດລາຍງານຂອງກົມພາສີ ສະບັບເລກທີ 3010/ກພສ, ລົງວັນທີ 26 ມີນາ 2025.
ລັດຖະມົນຕີກະຊວງການເງິນ ອອກຄຳແນະນຳ:
- ຈຸດປະສົງ
ຄໍາແນະນຳສະບັບນີ້ກຳນົດຫຼັກການ, ເງື່ອນໄຂ, ມາດຕະການ, ກົນໄກ ແລະ ວິທີການຄຸ້ມຄອງຜູ້ປະກອບການມາດຕະຖານເອອີໂອ ເພື່ອຮັບປະກັນສິດ, ຄວາມຍຸຕິທຳ ແລະ ຄວາມໂປ່ງໃສໃນການອຳນວຍຄວາມສະດວກທາງດ້ານການນຳເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ ໃຫ້ແກ່ຜູ້ປະກອບການມາດຕະຖານເອອີໂອ; ຮັບປະກັນຄວາມປອດໄພທາງດ້ານການຄ້າ ແລະ ແນໃສ່ຍົກສູງການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຢ່າງຖືກຕ້ອງ ແລະ ເຂັ້ມງວດ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ນິຕິກໍາສະບັບນີ້ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.
PDF
PDF