ເລື່ອງຄວາມສໍາເລັດທາງດ້ານການຄ້າຂອງທ່ານ ສາມາດເລີ່ມຕົ້ນໄດ້ທີ່ນີ້!

ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (LTP) ແມ່ນຈຸດບໍລິການປະຕູດຽວຂອງທ່ານ ສໍາລັບຂໍ້ມູນຂ່າວສານທາງດ້ານການຄ້າ ຢູ່ ສປປ ລາວ ທີ່ລະອຽດ ແລະ ທັນຍຸກທັນເຫດການ. ກະຊວງອຸດສາຫະກໍາ ແລະ ການຄ້າ ມີບົດບາດໃນການຄຸ້ມຄອງ ແລະ ການບໍາລຸງຮັກສາ ສູນຂໍ້ມູນຂ່າວສານ ພ້ອມທັງເປັນຈຸດປະສານງານໃນການສະໜອງຂໍ້ມູນລົງໃນສູນຂໍ້ມູນຂ່າວສານນີ້. ສູນ LTP ເຮັດໜ້າທີ່ເປັນແຫຼ່ງຂໍ້ມູນທີ່ມີຄ່າ ໃຫ້ແກ່ຜູ້ຄ້າ ຊ່ວຍໃຫ້ເຂົ້າເຖິງຂໍ້ມູນທີ່ຫຼາກຫຼາຍ ໄດ້ຢ່າງງ່າຍດາຍ. ໃນສູນແຫ່ງນີ້ ທ່ານຈະພົບແຫຼ່ງຂໍ້ມູນ ແລະ ເອກະສານຕ່າງໆ ທີ່ສໍາຄັນ ເຊັ່ນ: ກົດໝາຍ, ດໍາລັດ, ແຈ້ງການ, ລະບຽບການ, ມາດຕະການທີ່ບໍ່ແມ່ນພາສີ, ຂັ້ນຕອນ ແລະ ແບບຟອມຕ່າງໆ. ຂໍ້ມູນທັງໝົດນີ້ໄດ້ຮັບການຈັດການຢ່າງລະອຽດ ເພື່ອອໍານວຍຄວາມສະດວກໃຫ້ທ່ານ ສາມາດຄົ້ນຫາຂໍ້ມູນຂ່າວສານໄດ້ວ່ອງໄວ ແລະ ມີປະສິດທິພາບ. ບໍ່ວ່າທ່ານຈະກ່ຽວຂ້ອງກັບວຽກງານການນໍາເຂົ້າ, ສົ່ງອອກ ຫຼື ຜ່ານແດນ ກໍ່ຕາມ, ສູນຂໍ້ມູນຂ່າວສານຂອງພວກເຮົາ ຈະຊ່ວຍໄຂຂໍ້ຂ້ອງໃຈກ່ຽວກັບລະບຽບການທີ່ມັກຈະມີຄວາມສັບສົນ ແລະ ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ທຸລະກິດ ໃຫ້ສາມາດແຂ່ງຂັນໃນໂລກຂອງການຄ້າລະຫວ່າງປະເທດ ທີ່ມີການປ່ຽນແປງຕະຫຼອດເວລາ.

ຂໍ້ມູນເພີມເຕີມ

 

ການເຂົ້າເຖິງຂໍ້ມູນທາງດ້ານການຄ້າ

 

ຈະສົ່ງອອກສິນຄ້າໄດ້ແນວໃດ?

ສູນ LTP ໄດ້ແນະນໍາລະອຽດ ກ່ຽວກັບວິທີການຄົ້ນຫາ ຂັ້ນຕອນ ການສົ່ງອອກຈາກປະເທດລາວ. ຊຶ່ງປະກອບມີ ຂໍ້ຮຽກຮ້ອງທາງດ້ານເອກະສານ ຂັ້ນຕອນທາງພາສີ ແລະ ລະບຽບການສົ່ງອອກ ເພື່ອຮັບປະກັນໃຫ້ບັນດາທຸລະກິດ ສາມາດສົ່ງອອກສິນຄ້າຂອງຕົນ ໄປສູ່ຕະຫຼາດສາກົນ ໄດ້ຢ່າງສະດວກວ່ອງໄວ ແລະ ໝັ້ນໃຈ ອີກດ້ວຍ.

 

 

 

ຂໍ້ມູນເພີມເຕີມ

 

 

ຈະນໍາເຂົ້າສິນຄ້າໄດ້ແນວໃດ?

ສູນ LTP ສາມາດຄົ້ນຫາຂໍ້ມູນທີ່ຈຳເປັນ ກ່ຽວກັບການນຳເຂົ້າສິນຄ້າ ມາປະເທດລາວ ໂດຍສະເພາະຂັ້ນຕອນການກວດປ່ອຍສີນຄ້າ ຢູ່ດ່ານພາສີ, ລາຍການອັດຕາພາສີ ແລະ ລະບຽບການຕ່າງໆໃນການນຳເຂົ້າ.

 

 

 

ຂໍ້ມູນເພີມເຕີມ

 

 

ການຄ້າກັບອາຊຽນ

ສະໜອງຂໍ້ມູນຂ່າວສານ ກ່ຽວກັບກາລະໂອກາດ ໃນການເຮັດການຄ້າ ໃນພາກພື້ນອາຊຽນ. ສູນ LTP ໄດ້ສະໜອງຂໍ້ມູນຂ່າວສານ ທີ່ຕິດພັນກັບບັນດາສັນຍາການຄ້າຕ່າງໆຂອງອາຊຽນ, ຂັ້ນຕອນທາງພາສີ ແລະ ການເຂົ້າສູ່ຕະຫຼາດ ຢ່າງເລິກເຊິ່ງ ເພື່ອຊ່ວຍໃຫ້ຜູ້ປະກອບການ ສາມາດຍາດແຍ່ງ ເອົາຜົນປະໂຫຍດ ຈາກປະຊາຄົມເສດຖະກິດທີ່ມີການປ່ຽນແປງ ຕະຫຼອດເວລານີ້

 

 

 

ຂໍ້ມູນເພີມເຕີມ

 

 

ຈຸດສອບຖາມ SPS

ຈຸດສອບຖາມມາດຕະການ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ທີ່ສາມາດສອບຖາມລາຍລະອຽດ ເພີ່ມເຕີມກັບຂະແໜງ ການກ່ຽວຂ້ອງ ໂດຍສະເພາະ ການເຂົ້າເຖິງຂໍ້ມູນທີ່ສໍາຄັນ ກ່ຽວກັບຄວາມປອດໄພ ດ້ານອາຫານ, ລະບຽບການຂອງສຸຂະພາບສັດ ແລະ ພືດ, ແລະ ມາດຕະຖານ SPS ເພື່ອຮັບປະກັນ ຄວາມປອດໄພ  ຂອງການເຄື່ອນຍ້າຍຜະລິດຕະພັນກະສິກໍາ.

 

 

 

ຂໍ້ມູນເພີມເຕີມ

 

 

ຄົ້ນຫາຂັ້ນຕອນການນໍາເຂົ້າ ແລະ ສົ່ງອອກສິນຄ້າ

ພວກເຮົາໄດ້ມີຄວາມພະຍາຍາມໃນການສະໜອງຂໍ້ມູນຂ່າວສານທາງດ້ານການຄ້າໃຫ້ລະອຽດທີ່ສຸດ ແລະ ອອກແບບໃຫ້ນໍາໃຊ້ໄດ້ງ່າຍ ເພື່ອປັບປຸງຂັ້ນຕອນຕ່າງໆ ໂດຍຜ່ານລະບຽບການນໍາເຂົ້າ-ສົ່ງອອກຂອງ ສປປ ລາວ. ພວກເຮົາໄດ້ຄັດຈ້ອນຈາກບັນດາລະບຽບເອກະສານທີ່ລະບຽບການ ມາເປັນຂັ້ນຕອນການນໍາ ເຂົ້າ-ສົ່ງອອກ ແລະ ແບບຟອມທີ່ຈໍາເປັນ ເພື່ອຊ່ວຍໃຫ້ຜູ້ປະກອບການສາມາດຈັດຕັ້ງປະຕິບັດໄດ້ຖືກຕ້ອງ. ສູນ LTP ຈະເຮັດໃຫ້ຂັ້ນຕອນທາງດ້ານການຄ້າໃນ ສປປ ລາວ ມີຄວາມງ່າຍດາຍ ຕໍ່ທ່ານ. ຢ່າພາດທີ່ຈະຕິດຕາມພວກເຮົາ ເພາະພວກເຮົາຈະນໍາພາທ່ານໄປ ສູ່ທຸກຂັ້ນຕອນການນໍາເຂົ້າ-ສົ່ງອອກ ນັບແຕ່ການອອກອະນຸຍາດ, ຢັ້ງຢືນ ຈົນເຖິງຂັ້ນຕອນພາສີ ແລະ ອັດຕາພາສີ ຢ່າງງ່າຍດາຍ.

 

 

ການເລີ່ມຕົ້ນທຸລະກິດໃນ ສປປ ລາວ

ການເລີ່ມຕົ້ນທຸລະກິດໃນ ສປປ ລາວ ເລີ່ມຈາກການຄົ້ນຫາລະບຽບການ ແລະ ຂໍ້ຮຽກຮ້ອງຕ່າງໆ ທີ່ຕິດພັນກັບຂົງເຂດທຸລະກິດຂອງທ່ານ. ຕ້ອງໄດ້ຂຶ້ນທະບຽນທຸລະກິດຂອງທ່ານກັບ ກົມຄຸ້ມຄອງທະບຽນວິສາຫະກິດ (ກະຊວງ ອຸດສາຫະກໍາ ແລະ ການຄ້າ), ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ເມືອງ, ຈາກນັ້ນ, ຍື່ນໜັງສືສະເໜີຂໍໃບອະນຸຍາດດໍາເນີນທຸລະກິດ ນໍາຂະແໜງການທີ່ກ່ຽວຂ້ອງ. ພ້ອມດຽວກັນ, ຍັງຕ້ອງປະຕິບັດຕາມກົດໝາຍແຮງງານ, ລະບຽບການດ້ານສິ່ງແວດລ້ອມ ແລະ ລະບຽບການສະເພາະຂອງຂະແໜງການທີ່ກ່ຽວຂ້ອງອີກດ້ວຍ. ລາຍລະອຽດແມ່ນຂໍຄໍາເຫັນປຶກສາຫາລື ກັບ ຂະແໜງການທີ່ກ່ຽວຂ້ອງ ພາຍໃນ ເພື່ອຊ່ວຍຮັບປະກັນການປະຕິບັດຕາມຂັ້ນຕອນການສ້າງຕັ້ງທຸລະກິດຢູ່ ສປປ ລາວ ໃຫ້ມີຄວາມຄ່ອງຕົວ ແລະ ສອດຄ່ອງ. ໝາຍເຫດ: ຖ້າທຸລະກິດຂອງທ່ານຢູ່ໃນບັນຊີລາຍການທຸລະກິດຄວບຄຸມ ແລະ ໂຄງການສຳປະທານ ທ່ານຕ້ອງໄດ້ຮັບອະນຸມັດ ຈາກກະຊວງແຜນການ ແລະ ການລົງທຶນ. ຂໍ້ມູນເພີ່ມເຕີມ: http://www.investlaos.gov.la/

ເບິ່ງທີ່ນີ້

 

 

 

 

 

ການສົ່ງອອກຕົ້ນຕໍຂອງ ສປປ ລາວ

ໃນປີ 2021, ມູນຄ່າການສົ່ງອອກສິນຄ້າ ຂອງສປປ ລາວ ມີທັງໝົດ 9.22 ຕື້ໂດລາສະຫະລັດ ແລະ ໄດ້ຖືກຈັດເປັນອັນດັບທີ 101 ຂອງໂລກ. ໃນໄລຍະ 5 ປີຜ່ານມາ (2016-2021), ມູນຄ່າການສົ່ງອອກຂອງ ສປປ ລາວ ເພີ່ມຂຶ້ນ 4.14 ຕື້ໂດລາສະຫະລັດ ຈາກ 5.08 ຕື້ໂດລາສະຫະລັດ ໃນປີ 2016 ມາເປັນ 9.22 ຕື້ໂດລາສະຫະລັດ ໃນປີ 2021. ໃນນີ້, ການສົ່ງອອກຕົ້ນຕໍ ແມ່ນໄຟຟ້າ (1.96 ຕື້ໂດລາສະຫະລັດ), ຄໍາ (1.79 ຕື້ໂດລາສະຫະລັດ), ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ (508 ລ້ານໂດລາສະຫະລັດ), ແຮ່ທອງ (339 ລ້ານໂດລາສະຫະລັດ) ແລະ ຢາງພາລາ (300 ລ້ານໂດລາສະຫະລັດ). ປະເທດຄູ່ຄ້າຫຼັກສົ່ງອອກຕົ້ນຕໍ ແມ່ນປະເທດຣາຊະອານາຈັກໄທ (2.99 ຕື້ໂດລາສະຫະລັດ), ສປ ຈີນ (2.48 ຕື້ໂດລາສະຫະລັດ), ສສ ຫວຽດນາມ (1.24 ຕື້ໂດລາສະຫະລັດ), ອົດສະຕາລີ (693 ລ້ານໂດລາສະຫະລັດ), ແລະ ສະວິດເຊີແລນ (253 ລ້ານໂດລາສະຫະລັດ).

ຂໍ້ມູນເພີມເຕີມ

ບັນດາລິ້ງເວັບໄຊ໌ທີ່ເປັນປະໂຫຍດ

ສິ່ງນີ້, ຈະຊ່ວຍໃຫ້ທ່ານສາມາດຄົ້ນຫາເວັບໄຊທ໌ຕ່າງໆ ທິ່ໃຫ້ຂໍ້ມູນຂ່າວສານຢ່າງລະອຽດ ແລະ ທີ່ເປັນປະໂຫຍດ, ລະບຽບການທີ່ທັນຍຸກທັນເຫດການ ແລະ ຄໍາແນະນໍາການປະຕິບັດຕົວຈິງສໍາລັບບຸກຄົນ ແລະ ພາກທຸລະກິດ ທີ່ສົນໃຈຢາກເຮັດການຄ້າຂ້າມແດນໃນພາກພື້ນອາຊຽນ. ກົດເຂົ້າເວັບໄຊທ໌ເຫຼົ່ານີ້ເພື່ອເປີດປະຕູສູ່ການຄ້າຂອງ ສປປ ລາວ ກັບ ສາກົນ ແບບບໍ່ມີຮອຍຕໍ່. ກົດເຂົ້າຫາເວັບໄຊອື່ນໆ



ອັບໂຫຼດລ່າສຸດ

ຂັ້ນຕອນ
ການກວດປ່ອຍສິນຄ້າຢູ່ດ່ານ ໃນການນໍາເຂົ້າ ປາ, ສັດນໍ້າ ຫຼື ຜະລິດຕະພັນສັດນໍ້າ
ການກວດປ່ອຍສິນຄ້າຢູ່ດ່ານ ໃນການນໍາເຂົ້າ ປາ, ສັດນໍ້າ ຫຼື ຜະລິດຕະພັນສັດນໍ້າ
ໃບອະນຸຍາດນໍາເຂົ້າ ປາ, ສັດນໍ້າ ຫຼື ຜະລິດຕະພັນສັດນໍ້າ
ໃບອະນຸຍາດນໍາເຂົ້າ ປາ, ສັດນໍ້າ ຫຼື ຜະລິດຕະພັນສັດນໍ້າ
ການກວດປ່ອຍສິນຄ້າຢູ່ດ່ານ ສໍາລັບການນໍາເຂົ້າ ອາຫານ ແລະ ເຄື່ອງດື່ມ
ການກວດປ່ອຍສິນຄ້າຢູ່ດ່ານ ສໍາລັບການນໍາເຂົ້າ ອາຫານ ແລະ ເຄື່ອງດື່ມ
ນິຕິກໍາ
ດຳລັດ ວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍ ທາງບົກ ແລະ ທາງລົດໄຟ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ຕິດຕາມກວດກາ ການຂົນສົ່ງສິນຄ້າອັນຕະລາຍ ທາງບົກ ແລະ ທາງລົດໄຟ ເພື່ອເຮັດໃຫ້ວຽກງານດ່ັງກ່າວ ມີຄວາມເຂັ້ມງວດ, ມີປະສິດທິພາບ, ປະສິດທິຜົນ ແລະ ທັນສະໄໝ ແນໃສ່ ເຮັດໃຫ້ການຂົນສົ່ງສິນຄ້າອັນຕະລາຍ ຢູ່ພາຍໃນປະເທດ ແລະ ຂ້າມແດນ ມີຄວາມສະດວກ, ປອດໄພ, ທັນເວລາ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
ດໍາລັດ ວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ເລກທີ 559/ລບ; ລົງວັນທີ 09 ກັນຍາ 2025.
ດໍາລັດສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸຸ້ມຄອງ ແລະ ຕິດຕາມ ກວດກາ ການດໍາເນີນທຸລະກິດນໍ້າມັນເຊື້ອໄຟ ເພື່ອເຮັດໃຫ້ການດໍາເນີນທຸລະກິດດັ່ງກ່າວ ສອດຄ່ອງກັບກົດໝາຍ ແນ່ໃສ່ຮັບປະກັນການສະໜອງນໍ້າມັນເຊື້ອໄຟໃຫ້ພຽງພໍ ແລະ ດັດສົມທຸລະກິດນໍ້າມັນເຊື້ອໄຟໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ
ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການປັບປຸງອັດຕາອາກອນຊົມໃຊ້ຂອງບາງປະເພດສິນຄ້າ ເລກທີ 003/ສພຊ; ລົງວັນທີ 09 ຕຸລາ 2023.
ລັດຖະບັນຍັດສະບັບນີ້ ກໍານົດເພີ່ມອັດຕາອາກອນຊົມໃຊ້ຂອງບາງປະເພດສິນຄ້າ ທີ່ຖືກເສຍອາກອນຊົມໃຊ້ ຕາມທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດມາຍກ່ຽວກັບສ່ວຍສາອາກອນ ໂຣ່ແມ໋ງ IV ກົດໝາຍວ່າດ້ວຍອາກອນຊົມໃຊ້ມາດຕາ 15 ອັດຕາອາກອນຊົມໃຊ້ ເປັນການນໍາໃຊ້ຊົ່ວຄາວ ຈົນກວ່າຈະມີການປັບປຸງກົດໝາຍວ່າດ້ວຍອາກອນຊົມໃຊ້ ເພື່ອເປັນມາດຕະການຫຼຸດຜ່ອນການໄຫຼອອກຂອງເງີນຕາຕ່າງປະເທດ, ເພີ່ມທະວີການປະຍັດ, ຕ້ານການຟູມເຟືອຍ ແລະ ຮັບປະກັນການຈັດເກັບລາຍຮັບຈາກອາກອນຊົມໃຊ້ເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ
ແບບຟອມ
ແບບຟອມຄໍາຮ້ອງຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຈາກປະເທດ ມົງໂກເລຍ
ແບບຟອມຄໍາຮ້ອງຂໍຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຈາກປະເທດ ມົງໂກເລຍ
ໃບຄໍາຮ້ອງຂໍອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ
ໃບຄໍາຮ້ອງນີ້ປັບປຸງໃໝ່ ໃຊ້ສໍາລັບຮ້ອງຂໍອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ທີ່ໄດ້ຮັບສິດທິພິເສດ
ແບບຟອມ ຂໍເປີດລະຫັດເພື່ອນໍາໃຊ້ລະບົບແຈ້ງພາສີປະຕູດຽວ LNSW
ແບບຟອມ ຂໍເປີດລະຫັດເພື່ອນໍາໃຊ້ລະບົບແຈ້ງພາສີປະຕູດຽວ LNSW
ມາດຕະການ
ຕ້ອງມີໃບອະນຸຍາດດໍາເນີນທຸລະກິດສົ່ງອອກຝຸ່ນ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີຈຸດປະສົງດໍາເນີນທຸລະກິດສົ່ງອອກຝຸ່ນ ຕ້ອງຂໍອະນຸຍາດນໍາຂະແໜງການ ກະສິກໍາ ແລະ ສິ່ງແວດລ້ອມ
ຕ້ອງມີໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າຝຸ່ນ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີຈຸດປະສົງດໍາເນີນທຸລະກິດນໍາເຂົ້າຝຸ່ນ ຕ້ອງຂໍອະນຸຍາດນໍາຂະແໜງການ ກະສິກໍາ ແລະ ສິ່ງແວດລ້ອມ
ການນໍາເຂົ້າຝຸ່ນ ຕ້ອງໄດ້ຮັບການສຸ່ມເກັບຕົວຢ່າງ ເພື່ອທົດສອບ
ຝຸ່ນນໍາເຂົ້າ ຕ້ອງໄດ້ຮັບການສຸ່ມເກັບຕົວຢ່າງຢູ່ດ່ານ ເພື່ອວິໄຈຄຸນນະພາບ ຕາມມາດຕະຖານທີ່ກໍານົດ

ບົດຄວາມ, ປະກາດ ແລະ ຂ່າວລ່າສຸດ

ບົດຄວາມລ່າສຸດ
ຄູມືສໍາລັບການສຶກສາເວລາກວດປ່ອຍສິນຄ້າ
ຄູມືສໍາລັບການສຶກສາເວລາກວດປ່ອຍສິນຄ້າ
ວາລະສານ ອໍານວຍຄວາມສະດວກດ້ານການການຄ້າ ແລະ ຂົນສົ່ງ ປະຈໍາປີ 2025
ວາລະສານ ອໍານວຍຄວາມສະດວກດ້ານການການຄ້າ ແລະ ຂົນສົ່ງ ປະຈໍາປີ 2025
ບົດຄົ້ນຄ້ວາ ກ່ຽວກັບການປັບປຸງການປະເມີນຄວາມພ້ອມດ້ານການຄ້າຂ້າມແດນແບບບໍ່ນໍາໃຊ້ເອກະສານ ຂອງ ສປປ ລາວ
ອົງການ ESCAP ຈັດເຜີຍແຜ່ ບົດຄົ້ນຄ້ວາ ກ່ຽວກັບການປັບປຸງການປະເມີນຄວາມພ້ອມດ້ານການຄ້າຂ້າມແດນແບບບໍ່ນໍາໃຊ້ເອກະສານ ຂອງ ສປປ ລາວ
ປະກາດລ່າສຸດ
ປະເທດ ຕວັກກີ ລະບຽບການ ແລະ ຂັ້ນຕອນການນໍາເຂົ້າ - ສົ່ງອອກ ສິນຄ້າປະເພດ ຊິ້ນສັດ ສະບັບໃໝ່
ກະຊວງ ກະສິກໍາ ແລະ ປ່າໄມ້ ປະເທດ ຕວັກກີ ອອກລະບຽບການ ແລະ ຂັ້ນຕອນການນໍາເຂົ້າ - ສົ່ງອອກ ສິນຄ້າປະເພດ ຊິ້ນສັດ ສະບັບໃໝ່ ຈະເລີ່ມຈັດຕັ້ງ ປະຕິບັດໃນວັນທີ 1 ມັງກອນ 2026.
ໃບຄໍາຮ້ອງ ຂໍອອກ/ຂໍດັດແກ້ໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ ແລະ ສົ່ງອອກ ຍານພາຫະນະ, ອາໄຫຼ່ ແລະ ນໍ້າມັນເຄື່ອງ
ຜູ້ປະກອບທີ່ມີຈຸດປະສົງ ເພື່ອຂໍອອກ/ຂໍດັດແກ້ໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ ແລະ ສົ່ງອອກ ຍານພາຫະນະ, ອາໄຫຼ່ ແລະ ນໍ້າມັນເຄື່ອງ ແມ່ນໃຫ້ນໍາໃຊ້ແບບຟອມໃບຄໍາຮ້ອງສະບັບປັບປຸງໃໝ່
ແບບຟອມຂໍຢັ້ງຢືນແຫຼ່ງກໍານເນີດສິນຄ້າ ຈາກປະເທດ ມົງໂກເລຍ
ແບບຟອມຂໍຢັ້ງຢືນແຫຼ່ງກໍານເນີດສິນຄ້າ ຈາກປະເທດ ມົງໂກເລຍ
ຂ່າວລ່າສຸດ
ກົມການຄ້າຕ່າງປະເທດ ຮ່ວມກັບ ກົມພາສີ ຈັດກອງປະຊຸມຝຶກອົບຮົມໃຫ້ຄະນະຮັບຜິດຊອບ ເພື່ອກຽມຄວາມພ້ອມດໍາເນີນການສຶກສາເວລາກວດປ່ອຍສິນຄ້າ (TRS) ຂອງ ສປປ ລາວ ປະຈຳປີ 2026
ກອງປະຊຸມຝຶກອົບຮົມການສຶກສາເວລາກວດປ່ອຍສິນຄ້າ (TRS) ຂອງ ສປປ ລາວ ປະຈຳປີ 2026 ຄັ້ງນີ້ ມີຈຸດປະສົງເພື່ອສ້າງຄວາມຮູ້ ແລະ ຄວາມຊຳນານໃຫ້ແກ່ຄະນະຮັບຜິດຊອບ ຕາມຂໍ້ຕົກລົງ ເລກທີ 008/ຄອຄຂ.ສ, ລົງວັນທີ 04 ສິງຫາ 2026 ຢ່າງເລິກເຊິ່ງ ແລະ ກວ້າງຂວາງ ກ່ຽວກັບຫຼັກການ, ຂອບເຂດ ແລະ ວິທີການສຶກສາ TRS ຕາມມາດຕະຖານຂອງອົງການພາສີໂລກ (WCO) ພ້ອມທັງຮັບປະກັນຄຸນນະພາບຂອງຂໍ້ມູນທີ່ຈະນຳມາວິເຄາະ ເພື່ອໃຫ້ສາມາດນຳໄປດຳເນີນການສຶກສາ TRS ປີ 2026 ໄດ້ຢ່າງມີປະສິດທິຜົນ.
ກອງປະຊຸມວຽກງານ “ການປະເມີນຜົນກະທົບມາດຕະການທີ່ບໍ່ແມ່ນພາສີ (NTMs Impact Assesment)"
ກອງປະຊຸມ ມີຈຸດປະສົງເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ຂະແໜງການພາກລັດທີ່ຮັບຜິດຊອບ ໃນການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາທາງດ້ານການຄ້າ ກ່ຽວກັບຄວາມໝາຍ, ຄວາມສໍາຄັນ ຂອງມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs), ວິທີການສັງລວມ ແລະ ຈັດປະເພດມາດຕະການ ແລະ ສິ່ງສໍາຄັນແມ່ນການປະເມີນຜົນກະທົບມາດຕະການ NTMs ຕາມຄໍາແນະນໍາທີ່ວາງອອກ ໃຫ້ມີຄວາມເປັນເອກະພາບກັນ.
ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຈັດກອງປະຊຸມທົ່ວປະເທດ ຄັ້ງທີ IV
ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ.ສ) ໄດ້ຈັດກອງປະຊຸມທົ່ວປະເທດ ຄັ້ງທີ IV ໃນຮູບແບບເຊິ່ງໜ້າ ແລະ ທາງໄກ ໂດຍມີຈຸດປະສົງ ເພື່ອລາຍງານບົດສະຫຼູບການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃນໄລຍະ 6 ເດືອນທ້າຍປີ 2025 ຫາ 6 ເດືອນຕົ້ນປີ 2026, ກໍານົດທິດທາງ ແລະ ແຜນການດໍາເນີນງານສໍາລັບສົກປີ 2026–2027 ພ້ອມທັງປືກສາຫາລືບັນຫາຕ່າງໆທີ່ຕິດພັນກັບວຽກອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງ