ລັດຖະບານແຫ່ງ ສປປ ລາວ ອອກດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026, ຊຶ່ງດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານຝຸ່ນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຮັບປະກັນໃຫ້ຝຸ່ນ ໄດ້ມາດຕະຖານ, ຄຸນນະພາບ ແລະ ປອດໄພ ຕໍ່ ຄົນ, ສັດ, ພືດ, ຊັບສິນ, ສິ່ງແວດລ້ອມ ແລະ ສັງຄົມ, ສະໜອງຝຸ່ນ ໃຫ້ແກ່ການຜະລິດພືດ ເປັນສະບຽງອາຫານ ແລະ ເປັນສິນຄ້າ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ.
| # | ຫົວຂໍ້ | ດາວໂຫຼດ |
|---|---|---|
| 1 | ດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026 | PDF |
ມາດຕະການ / ມາດຕະຖານ
| # | ຊື່ | ປະເພດ | ອົງກອນ | ລາຍລະອຽດ | ກົດໝາຍ | ສຶ້ນສຸດ | ໃຊ້ກັບ |
|---|---|---|---|---|---|---|---|
| 1 | ຕ້ອງໄດ້ຮັບອະນຸຍາດນຳເຂົ້າ - ຝຸ່ນ | ຕ້ອງໄດ້ຮັບອະນຸມັດ | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງນໍາເຂົ້າ ຝຸ່ນ ຕ້ອງຍື່ນຄໍາຮອງ ແລະ ເອກະສານປະກອບການຂໍອະນຸຍາດ ຕາມທີ່ກໍານົດໄວ້ໃນມາດຕາ 36 ຕໍ່ກົມປູກຝັງ, ກະຊວງກະສິກໍາ ແະລ ສິ່ງແວດລ້ອມ | ດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026 | 9999-12-31 | ALL |
| 2 | ຕ້ອງຕິດສະຫຼາກຝຸ່ນ | TBT | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | ເພື່ອນຳເຂົ້າ ຕ້ອງໄດ້ຕິດສະຫຼາກເປັນພາສາລາວ ແລະ ພາສາຕ່າງປະເທດ ຕາມລາຍລະອຽດ ແລະ ຂໍ້ມູນທີ່ໄດ້ກຳນົດໄວ້. | ດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026 | 9999-12-31 | ALL |
| 3 | ຕ້ອງຫຸ້ມຫໍ່ຝຸ່ນ | TBT | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | ຝຸ່ນນໍາເຂົ້າ ຕ້ອງບັນຈຸ ແລະ ຫຸ້ມຫໍ່ ໄວ້ໃນພາຊະນະທີ່ຮັບປະກັນ, ໃໝ່, ສະອາດ ແລະ ປອດໄພ | ດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026 | 9999-12-31 | ALL |
| 4 | ຕ້ອງໄດ້ຮັບການກວດກາຝຸ່ນນຳເຂົ້າ | ຮຽກຮ້ອງໃຫ້ມີການກວດກາ | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | ຝຸ່ນນຳເຂົ້າ ຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ປ້ອງກັນພືດທີ່ດ່ານພາສີນຳເຂົ້າ | ດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026 | 9999-12-31 | ALL |
| 5 | ຕ້ອງໄດ້ຮັບອະນຸຍາດສົ່ງອອກ - ຝຸ່ນ | ຕ້ອງໄດ້ຮັບອະນຸມັດ | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງສົ່ງອອກ ຝຸ່ນ ຕ້ອງຍື່ນຄໍາຮອງ ແລະ ເອກະສານປະກອບການຂໍອະນຸຍາດ ຕາມທີ່ກໍານົດໄວ້ໃນມາດຕາ 36 ຕໍ່ກົມປູກຝັງ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ | ດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026 | 9999-12-31 | ALL |
| 6 | ຕ້ອງຈົດທະບຽນການນຳເຂົ້າຝຸ່ນ | ຮຽກຮ້ອງໃຫ້ມີການຈົດທະບຽນ | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | ການນໍາເຂົ້າຝຸ່ນ ຕ້ອງໄດ້ຈົດທະບຽນກັບກົມປູກຝັງ, ກະຊວງກະ ສິກຳ ແລະ ສິ່ງແວດລ້ອມ ຍົກເວັ້ນກໍລະນີທີ່ກໍານົດໃນມາດຕາ 11 | ດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026 | 9999-12-31 | ALL |
| 7 | ຕ້ອງຈົດທະບຽນການສົ່ງອອກຝຸ່ນ | ຮຽກຮ້ອງໃຫ້ມີການຈົດທະບຽນ | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | ການສົ່ງອອກຝຸ່ນ ຕ້ອງໄດ້ຈົດທະບຽນກັບກົມປູກຝັງ, ກະຊວງກະ ສິກຳ ແລະ ສິ່ງແວດລ້ອມ ຍົກເວັ້ນກໍລະນີທີ່ກໍານົດໃນມາດຕາ 11 | ດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026 | 9999-12-31 | ALL |
| 8 | ຕ້ອງກວດກາຝຸ່ນສົ່ງອອກ | ຮຽກຮ້ອງໃຫ້ມີການກວດກາ | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | ຝຸ່ນທີ່ສົ່ງອອກ ຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ກັກກັນພືດປະຈໍາດ່ານ | ດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026 | 9999-12-31 | ALL |
| 9 | ມາດຕະຖານຝຸ່ນເຄມີ ນໍາເຂົ້າ | TBT | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | ຝຸ່ນນໍາເຂົ້າ (ຝຸ່ນອົງຄະທາດ ຫຼື ຝຸ່ນອິນຊີ, ຝຸ່ນຊີວະພາບ, ແລະ ຝຸ່ນອະນົງຄະທາດ ຫຼື ຝຸ່ນເຄມີ ຕ້ອງມີມາດຕະຖານ ແລະ ຄຸນນະພາບ ທີ່ກໍານົດໂດຍກົມປູກຝັງ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ | ດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026 | 9999-12-31 | ALL |
| 10 | ຕ້ອງເກັບຮັກສາຝຸ່ນ ນໍາເຂົ້າ | TBT | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | ຝຸ່ນນໍາເຂົ້າ ຕ້ອງເກັບຮັກສາໄວ້ໃນສະຖານທີ່ເໝາະສົມ ຖືກຕ້ອງຕາມມາດຕະຖານເຕັກນິກ, ມີລະບົບການເກັບຮັກສາທີ່ປອດໄພ ລວມທັງມາດຕະການບົວລະບັດຮັກສາ, ມາດຕະການປ້ອງກັນ, ຟື້ນຟູ, ກໍາຈັດຄວາມເປັນພິດ ແລະ ອັກຄີໄພ. ການເກັບຮັກສາ ຕ້ອງໃຫ້ແຍກຕ່າງຫາກ ແລະ ບໍ່ໃຫ້ເກັບ ຫຼື ຂົນສົ່ງປົນກັບຈໍາພວກສານເຄມີອື່ນ. | ດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026 | (not set) | ALL |
| 11 | ຕ້ອງຂົນສົ່ງຝຸ່ນ ນໍາເຂົ້າ | TBT | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | ຝຸ່ນນໍາເຂົ້າ ຕ້ອງມີພາຫະນະຂົນສົ່ງຝຸ່ນ ແລະ ສິ່ງເສດເຫຼືອຝຸ່ນ ສະເພາະ ຕາມມາດຕະຖານເຕັກນິກທີ່ກ່ຽວຂ້ອງ, ມີການຈັດວາງ, ຫຸ້ມຫໍ່ ພາຊະນະບັນຈຸ, ປິດແຈບ ແລະ ປອດໄພ ໂດຍແຍກອອກຈາກເຄື່ອງບໍລິໂພກ, ສິ່ງທີ່ມີຊີວິດ ແລະ ສິ່ງອື່ນ ແລະ ຂົນສົ່ງຕາມເສັ້ນທາງທີ່ໄດ້ຮັບອະນຸຍາດ | ດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026 | (not set) | ALL |
| 12 | ການນໍາເຂົ້າຝຸ່ນ ຕ້ອງຜ່ານດ່ານທີ່ກໍານົດໄວ້ | ທົ່ວໄປ | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | ຝຸ່ນນໍາເຂົ້າ ຕ້ອງໄດ້ນໍາເຂົ້າຜ່ານດ່ານທີ່ກໍານົດໄວ້ | ດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026 | (not set) | ALL |
| 13 | ການສົ່ງອອກຝຸ່ນ ຕ້ອງຜ່ານດ່ານທີ່ກໍານົດໄວ້ | ທົ່ວໄປ | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | ຝຸ່ນສົ່ງອອກ ຕ້ອງໄດ້ນໍາເຂົ້າຜ່ານດ່ານທີ່ກໍານົດໄວ້ | ດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026 | (not set) | ALL |
| 14 | ການນໍາເຂົ້າຝຸ່ນ ຕ້ອງໄດ້ຮັບການສຸ່ມເກັບຕົວຢ່າງ ເພື່ອທົດສອບ | TBT | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | ຝຸ່ນນໍາເຂົ້າ ຕ້ອງໄດ້ຮັບການສຸ່ມເກັບຕົວຢ່າງຢູ່ດ່ານ ເພື່ອວິໄຈຄຸນນະພາບ ຕາມມາດຕະຖານທີ່ກໍານົດ | ດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026 | (not set) | ALL |
| 15 | ຕ້ອງມີໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າຝຸ່ນ | ຮຽກຮ້ອງໃຫ້ມີການຈົດທະບຽນ | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີຈຸດປະສົງດໍາເນີນທຸລະກິດນໍາເຂົ້າຝຸ່ນ ຕ້ອງຂໍອະນຸຍາດນໍາຂະແໜງການ ກະສິກໍາ ແລະ ສິ່ງແວດລ້ອມ | ດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026 | (not set) | ALL |
| 16 | ຕ້ອງມີໃບອະນຸຍາດດໍາເນີນທຸລະກິດສົ່ງອອກຝຸ່ນ | ຮຽກຮ້ອງໃຫ້ມີການຈົດທະບຽນ | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີຈຸດປະສົງດໍາເນີນທຸລະກິດສົ່ງອອກຝຸ່ນ ຕ້ອງຂໍອະນຸຍາດນໍາຂະແໜງການ ກະສິກໍາ ແລະ ສິ່ງແວດລ້ອມ | ດຳລັດວ່າດ້ວຍຝຸ່ນ ສະບັບເລກທີ 123/ລບ, ລົງວັນທີ 20 ພຶດສະພາ 2026 | (not set) | ALL |
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ນິຕິກໍາສະບັບນີ້ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.
PDF