ກົມລ້ຽງສັດ ແລະ ການປະມົງ ຂໍຖືເປັນກຽດແຈ້ງການມາຍັງ  ຂະແໜງລ້ຽງສັດ ແລະ ການປະມົງ ແຂວງ, ນະຄອນຫຼວງວຽງຈັນ ລວມທັງບຸກຄົນ, ນິຕິບຸກຄົນ ແລະ ຜູ້ປະກອບການດຳເນີນທຸລະກິດ ກ່ຽວກັບ ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ, ສັດນໍ້າ, ຜະລິດຕະພັນ ສັດ ແລະ ສັດນໍ້າ ຈັດຕັ້ງປະຕິບັດ ດັ່ງນີ້:

 

  1. ໃຫ້ ບຸກຄົນ, ນິຕິບຸກຄົນ ແລະ ຜູ້ປະກອບການດຳເນີນທຸລະກິດກ່ຽວກັບການ ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ, ສັດນໍ້າ, ຜະລິດຕະພັນ ສັດ ແລະ ສັດນໍ້າ ໃຫ້ມາຂຶ້ນບັນຊີ ຜູ້ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ນໍາກົມລ້ຽງ ສັດ ແລະ ການປະມົງ ເພື່ອດຳເນີນການ ຄຸ້ມຄອງ, ຕິດຕາມ, ກວດກາປະເມີນຜົນ, ການບໍລິຫານຄວາມສ່ຽງ (Risk Management) ແລະ ເພື່ອການດຸ່ນດ່ຽງດ້ານສະບຽງອາຫານ ແລະ ແນວພັນ ເຫຼົ່ານີ້ເປັນຕົ້ນ;
  2. ການຂຶ້ນບັນຊີຜູ້ ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ, ສັດນໍ້າ, ຜະລິດຕະພັນ ສັດ ແລະ ສັດນໍ້າ ໃຫ້ປະກອບເອກະສານ ດັ່ງນີ້:
  1.  ໜັງສືສະເໜີ ຕາມແບບພິມ ທີ່ ຄັດຕິດແຈ້ງການສະບັບນີ້;
  2.  ສໍາເນົາ ໃບທະບຽນວິສາຫະກິດ ຫຼື ໃບຢັ້ງຢືນສິດທາງດ້ານການຄ້າຂອງຜູ້ຄ້າຕ່າງປະເທດ (ສໍາລັບຜູ້ຄ້າ ຕ່າງປະເທດ);
  3.  ສໍາເນົາ ໃບຢັ້ງຢຶນການລົງທະບຽນຜູ້ນໍາເຂົ້າ, ສົ່ງອອກ ແລະ ການບໍລິການ (ຖ້າມີ);
  4.  ສໍາເນົາ ສັນຍາ ແລະ ຂໍ້ຜູກພັນກັບປະເທດຄູ່ຄ້າ (ຖ້າມີ);
  5.  ສໍາເນົາ ໃບອະນຸຍາດດໍາເນີນກິດຈະການກະສິກໍາ ແລະ ສິ່ງແວດລ້ອມ.
  1. ການຍື່ນເອກະສານ ເພື່ອຂໍຂື້ນບັນຊີຜູ້ ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ, ສັດນໍ້າ, ຜະລິດຕະພັນ ສັດ ແລະ ສັດນໍ້າ. ພາຍຫຼັງປະກອບເອກະສານເພື່ອຂໍຂື້ນບັນຊີ ຕາມຂໍ້ທີ່ 2 ໃຫ້ມາຍື່ນທີ່ ກົມລ້ຽງສັດ ແລະ ການປະມົງ ດ້ວຍຕົນເອງ ຫຼື ສົ່ງທາງອອນລາຍ (ທີ່ຢູ່ອີເມລ/Email:[email protected]) ຫຼື ສົ່ງໃຫ້ຂະແໜງ ລ້ຽງສັດ ແລະ ການປະມົງ ແຂວງ ແລະ ນະຄອນຫຼວງວຽງຈັນ ແລ້ວສັງລວມລາຍງານ ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ;
  2. ໃຫ້ ຂະແໜງລ້ຽງສັດ ແລະ ການປະມົງ ແຂວງ ແລະ ນະຄອນຫຼວງວຽງຈັນ ເປັນເຈົ້າການຊຸກຍູ້ໃຫ້ ບຸກຄົນ, ນິຕິບຸກຄົນ ແລະ ຜູ້ປະກອບການດໍາເນີນທຸລະກິດກ່ຽວກັບການ ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ, ສັດນໍ້າ, ຜະລິດຕະພັນ ສັດ ແລະ ສັດນໍ້າ ທີ່ຢູ່ພາຍໃນແຂວງຂອງຕົນ ມາຂຶ້ນບັນຊີ ຕາມແຈ້ງການສະບັບນີ້;
  3. ໃນກໍລະນີພົບເຫັນບໍ່ມາຂື້ນບັນຊີ ແລະ ບໍ່ມີໃບອະນຸຍາດ ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ, ສັດນໍ້າ, ຜະ ລິດຕະພັນ ສັດ ແລະ ສັດນໍ້າ ໃຫ້ແນະນໍາມາປະກອບເອກະສານ ແລະ ຂື້ນບັນຊີໃຫ້ຖືກຕ້ອງ. ແຕ່ຖ້າເມື່ອຕິດຕາມ ແລະ ກວດກາ ຫາກພົບເຫັນຫຼາຍຄັ້ງແລ້ວບໍ່ປະຕິບັດ ໃຫ້ລາຍງານ ກົມລ້ຽງສັດ ແລະ ການປະມົງ ເພື່ອພິຈາລະນາ ຕາມກົດໝາຍ ແລະ ລະບຽບການ;
  4. ໃຫ້ ບຸກຄົນ, ນິຕິບຸກຄົນ ແລະ ຜູ້ປະກອບການດຳເນີນທຸລະກິດກ່ຽວກັບການ ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ, ສັດນໍ້າ, ຜະລິດຕະພັນ ສັດ ແລະ ສັດນໍ້າ ມາຂຶ້ນບັນຊີນໍາ ພະແນກລະບຽບການ ແລະສຸຂານາໄມ ກົມລ້ຽງສັດ ແລະ ການປະມົງ ຕາມໄລຍະເວລາທີ່ກໍານົດ 3 ເດືອນ ຄື: ເດືອນ ມິຖຸນາ ຫາ ສິງຫາ 2026.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ນິຕິກໍາສະບັບນີ້ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດຳເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້​ມູນ​ຕິດ​ຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?