ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 ໄດ້ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ, ຕິດຕາມ ກວດກາວຽກງານ ຢາ ແລະ ຜະລິດຕະພັນການແພດ ເພື່ອເຮັດໃຫ້ວຽກງານດັ່ງກ່າວດໍາເນີນຢ່າງມີປະສິດທິພາບ ແລະ ປະສິດທິຜົນແນ່ໃສ່ຮັບປະກັນຢາ ແລະ ຜະລິດຕະພັນການແພດ ໄດ້ມາດຕະຖານ, ມີ ຄຸນະພາບ, ປະສິດທີິພາບ ແລະ ລາຄາເໝາະສົມ ເຮັດໃຫ້ພົນລະເມືອງທຸກຄົນ ມີ ຄວາມປອດໄພ, ສຸຂະພາບແຂງແຮງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ
| # | ຫົວຂໍ້ | ດາວໂຫຼດ |
|---|---|---|
| 1 | ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 | PDF |
ມາດຕະການ / ມາດຕະຖານ
| # | ຊື່ | ປະເພດ | ອົງກອນ | ລາຍລະອຽດ | ກົດໝາຍ | ສຶ້ນສຸດ | ໃຊ້ກັບ |
|---|---|---|---|---|---|---|---|
| 1 | ຮຽກຮອ້ງໃຫ້ມີການຂຶ້ນທະບຽນ ຫຼື ຈົດແຈ້ງກ່ອນການນຳເຂົ້າຢາ | ຮຽກຮ້ອງໃຫ້ມີການຈົດທະບຽນ | ກະຊວງ ສາທາລະນະສຸກ | ການນໍາເຂົ້າ ຢາ ແມ່ນຮຽກຮ້ອງໃຫ້ມີການຂຶ້ນ ທະບຽນ ຫຼື ຈົດແຈ້ງ ນໍາກະຊວງສາທາລະນະສຸກ ເພື່ອຄຸ້ມຄອງ, ຕິດຕາມ, ກວດກາຂຶ້ນທະບຽນ ຈົດແຈ້ງຢາ ໂດຍການແຈ້ງຊື່, ສ່ວນປະກອບ ຫຼື ສູດຕໍາລາ ຂອງຜະລິດຕະພັນ ຈາກຜູ້ຜະລິດ, ຮູບແບບ, ຄວາມແຮງ, ຫົວໜ່ວຍຫຸ້ມຫໍ່, ລະຫັດສາກົນ, ແຫຼ່ງທີ່ມາ ແລະ ຂໍ້ມູນທີ່ກ່ຽວກັບຢາ ເພື່ອຮັບປະກັນມາດຕະຖານ, ຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ |
|
9999-12-31 | ALL |
| 2 | ຮຽກຮ້ອງໃຫ້ມີໃບອະນຸຍາດນໍາເຂົ້າຢາ | ຕ້ອງມີໃບອະນຸຍາດ | ກະຊວງ ສາທາລະນະສຸກ | ການນຳເຂົ້າຢາ ຕ້ອງມີໃບອະນຸຍາດນຳເຂົ້າທີ່ອອກໂດຍ ກົມອາຫານ ແລະ ຢາ, ກະຊວງ ສາທາລະນະສຸກ. | 9999-12-31 | ALL | |
| 3 | ຮຽກຮ້ອງໃຫ້ຕິດສະຫຼາກຢານໍາເຂົ້າ | TBT | ກະຊວງ ສາທາລະນະສຸກ | ຢາທີ່ນໍາເຂົ້າມາຕ້ອງຕິດສະຫຼາກຕາມເນື້ອໃນທີ່ລະບຸໄວ້ ແລະ ຕ້ອງພິມຂໍ້ຄວາມເປັນພາສາລາວ ແລະ/ຫຼື ພາສາຕ່າງປະເທດທີ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ ເພື່ອໃຫ້ຂໍ້ມູນແກ່ຜູ້ບໍລິໂພກ ແລະ ຜູ້ກວດກາຕິດຕາມ | 9999-12-31 | ALL | |
| 4 | ຮຽກຮ້ອງໃຫ້ມີການກວດກາຢາ ທີ່ສົ່ງອອກ | ຮຽກຮ້ອງໃຫ້ມີການກວດກາ | ກະຊວງ ສາທາລະນະສຸກ | ການສົ່ງອອກ ຢາ ຕ້ອງໄດ້ຮັບການກວດກາຈາກເຈົ້າໜ້າທີ່ອາຫານ ແລະ ຢາ ປະຈໍາດ່ານ. | ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 | 9999-12-31 | ALL |
| 5 | ຮຽກຮ້ອງໃຫ້ຈົດທະບຽນຜະລິດຕະພັນການແພດ ກ່ອນການນຳເຂົ້າ | ຮຽກຮ້ອງໃຫ້ມີການຈົດທະບຽນ | ກະຊວງ ສາທາລະນະສຸກ | ການນຳເຂົ້າຜະລິດຕະພັນການແພດ ເຊັ່ນ: ອຸປະກອນການແພດ ແລະ ຜະລິດຕະພັນເສີມສຸຂະພາບ ຕ້ອງໄດ້ຮັບຈົດທະບຽນນໍາ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ. |
|
9999-12-31 | ALL |
| 6 | ຮຽກຮ້ອງໃຫ້ມີໃບຢັ້ງຢືນວິໄຈຄຸນນະພາບຢານໍາເຂົ້າ | TBT | ກະຊວງ ສາທາລະນະສຸກ | ຢາທີ່ຈະນໍາເຂົ້າ ແມ່ນຕ້ອງໄດ້ຮັບໃບຢັ້ງຢືນການວິໄຈຄຸນນະພາບ ຈາກສູນວິໄຈອາຫານ ແລະ ຢາ ແຫ່ງຊາດ ຫຼື ຫ້ອງວິໄຈທັງພາຍໃນ ຫຼື ຕ່າງປະເທດ ທີ່ໄດ້ມາດຕະຖານການວິໄຈ ແລະ ຮັບຮູ້ເປັນທາງການຈາກກະຊວງສາທາລະນະສຸກ | 9999-12-31 | ALL | |
| 7 | ຕ້ອງມີໃບອະນຸຍາດນຳເຂົ້າ - ຜະລິດຕະພັນການແພດ | ຕ້ອງໄດ້ຮັບອະນຸມັດ | ກະຊວງ ສາທາລະນະສຸກ | ການນຳເຂົ້າຜະລິດຕະພັນການແພດ ຕ້ອງມີໃບອະນຸຍາດນຳເຂົ້າທີ່ອອກໂດຍ ກົມອາຫານ ແລະ ຢາ, ກະຊວງ ສາທາລະນະສຸກ. | 9999-12-31 | ALL | |
| 8 | ຕ້ອງໄດ້ຮັບໃບຢັ້ງຢືນວິິໄຈຄຸນນະພາບ - ຜະລິດຕະພັນການແພດນໍາເຂົ້າ | TBT | ກະຊວງ ສາທາລະນະສຸກ | ຜະລິດຕະພັນການແພດ ທີ່ຈະນໍາເຂົ້າ ແມ່ນຕ້ອງໄດ້ຮັບໃບຢັ້ງຢືນການວິໄຈຄຸນນະພາບ ຈາກສູນວິໄຈອາຫານ ແລະ ຢາ ແຫ່ງຊາດ ຫຼື ຫ້ອງວິໄຈທັງພາຍໃນ ຫຼື ຕ່າງປະເທດ ທີ່ໄດ້ມາດຕະຖານການວິໄຈ ແລະ ຮັບຮູ້ເປັນທາງການຈາກກະຊວງສາທາລະນະສຸກ | 9999-12-31 | ALL | |
| 9 | ຮຽກຮ້ອງໃຫ້ມີການກວດກາຜະລິດຕະພັນການແພດນໍາເຂົ້າ | ຮຽກຮ້ອງໃຫ້ມີການກວດກາ | ກະຊວງ ສາທາລະນະສຸກ | ຜະລິດຕະພັນການແພດ ທີ່ນຳເຂົ້າຕ້ອງຜ່ານການກວດກາຈາກເຈົ້າໜ້າທີ່ອາຫານ ແລະ ຢາ ແລະ ຢູ່ຕາມຈຸດຜ່ານດ່ານຕ່າງໆ | 9999-12-31 | ALL | |
| 10 | ຮຽກຮ້ອງໃຫ້ຜູ້ນໍາເຂົ້າຢາ ຂຶ້ນທະບຽນຜູ້ນໍາເຂົ້າ | ຮຽກຮ້ອງໃຫ້ມີການຈົດທະບຽນ | ກະຊວງ ສາທາລະນະສຸກ | ບໍລິສັດນໍາເຂົ້າຢາ ຕ້ອງໄດ້ຂຶ້ນທະບຽນຜູ້ນໍາເຂົ້າ ກັບ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ | 9999-12-31 | ALL | |
| 11 | ຮຽກຮ້ອງໃຫ້ຜູ້ສົ່ງອອກຢາ ຂຶ້ນທະບຽນຜູ້ສົ່ງອອກ | ຮຽກຮ້ອງໃຫ້ມີການຈົດທະບຽນ | ກະຊວງ ສາທາລະນະສຸກ | ບໍລິສັດສົ່ງອອກຢາ ຕ້ອງໄດ້ຂຶ້ນທະບຽນຜູ້ສົ່ງອອກ ກັບ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ | 9999-12-31 | ALL | |
| 12 | ຕ້ອງມີການກວດກາຜະລິດຕະພັນການແພດທີ່ສົ່ງອອກ | ຮຽກຮ້ອງໃຫ້ມີການກວດກາ | ກະຊວງ ສາທາລະນະສຸກ | ການສົ່ງອອກ ຜະລິດຕະພັນການແພດ ຕ້ອງໄດ້ຮັບການກວດກາຈາກເຈົ້າໜ້າທີ່ອາຫານ ແລະ ຢາ ປະຈໍາດ່ານ. | 9999-12-31 | ALL | |
| 13 | ຮຽກຮ້ອງໃຫ້ຜູ້ນໍາເຂົ້າ ຜະລິດຕະພັນການແພດ ຂຶ້ນທະບຽນຜູ້ນໍາເຂົ້າ | ຮຽກຮ້ອງໃຫ້ມີການຈົດທະບຽນ | ກະຊວງ ສາທາລະນະສຸກ | ບໍລິສັດນໍາເຂົ້າຜະລິດຕະພັນການແພດ ຕ້ອງໄດ້ຂຶ້ນທະບຽນຜູ້ນໍາເຂົ້າ ກັບ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ | 9999-12-31 | ALL | |
| 14 | ຮຽກຮ້ອງໃຫ້ມີການຈົດທະບຽນ ຫຼື ຈົດແຈ້ງໃນການສົ່ງອອກຢາ | ຮຽກຮ້ອງໃຫ້ມີການຈົດທະບຽນ | ກະຊວງ ສາທາລະນະສຸກ | ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ສົ່ງອອກ ຢາ ຕ້ອງຈົດທະບຽນ ຫຼື ຈົດແຈ້ງ ຢາ ໂດຍການແຈ້ງຊື່, ສ່ວນປະກອບ ຫຼື ສູດຕໍາລາຂອງຜະລິດຕະພັນຈາກຜູ້ຜະລິດ, ຮູບແບບ, ຄວາມແຮງ, ຫົວໜ່ວຍຫຸ້ມຫໍ່, ລະຫັດສາກົນ, ແຫຼ່ງທີ່ມາ ແລະ ຂໍ້ມູນທີ່ກ່ຽວຂ້ອງ ກ່ຽວກັບຢາ ເພື່ອຄຸ້ມຄອງ, ຕິດຕາມ ກວດກາ ຮັບປະກັນການດໍາເນີນທຸລະກິດ ຖືກຕ້ອງ ແລະ ສອດຄ່ອງກັບນິຕິກໍາທີ່ວາງອອກ ແລະ ຫຼັກການຂອງພາກພື້ນ ແລະ ສາກົນ. ພ້ອມທັງຮັບປະກັນ ມາດຕະຖານ, ຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ ຂອງຜູ້ບໍລິໂພກ | ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 | (not set) | ALL |
| 15 | ຮຽກຮ້ອງໃຫ້ມີການຂຶ້ນທະບຽນ ຜູ້ສົ່ງອອກ ຜະລິດຕະພັນການແພດ | ຮຽກຮ້ອງໃຫ້ມີການຈົດທະບຽນ | ກະຊວງ ສາທາລະນະສຸກ | ຜູ້ສົ່ງອອກຜະລິດຕະພັນການແພດ ແມ່ນຮຽກຮ້ອງໃຫ້ມີການຂຶ້ນທະບຽນນໍາກະຊວງສາທາລະນະສຸກ ເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາ | ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 | (not set) | ALL |
| 16 | ຮຽກຮ້ອງໃຫ້ມີການຈົດທະບຽນ ຫຼື ຈົດແຈ້ງໃນການສົ່ງອອກ ຜະລິດຕະພັນການແພດ | ຮຽກຮ້ອງໃຫ້ມີການຈົດທະບຽນ | ກະຊວງ ສາທາລະນະສຸກ | ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ສົ່ງອອກ ຜະລິດຕະພັນທາງການແພດ ຕ້ອງໄດ້ ຈົດທະບຽນ ຫຼື ຈົດແຈ້ງຜະລິດຕະພັນການແພດ ໂດຍການແຈ້ງຊື່, ສ່ວນປະກອບ ຫຼື ສູດຕໍາລາຂອງຜະລິດຕະພັນຈາກຜູ້ຜະລິດ, ຮູບແບບ, ຄວາມແຮງ, ຫົວໜ່ວຍຫຸ້ມຫໍ່, ລະຫັດສາກົນ, ແຫຼ່ງທີ່ມາກ່ຽວກັບຜະລິດຕະພັນການແພດ ເພື່ອຮັບປະກັນການດໍາເນີນທຸລະກິດ ຖືກຕ້ອງ ແລະ ສອດຄ່ອງກັບນິຕິກໍາທີ່ວາງອອກ ແລະ ຫຼັກການຂອງພາກພື້ນ ແລະ ສາກົນ. ພ້ອມທັງຮັບປະກັນ ຄຸນນະພາບ ແລະ ຄວາມປອດໄພ ຂອງຜູ້ບໍລິໂພກ | (not set) | ALL | |
| 17 | ຕ້ອງມີການຕິດສະຫຼາກຢາ ທີ່ຈະສົ່ງອອກ | TBT | ກະຊວງ ສາທາລະນະສຸກ | ຢາທີ່ຈະສົ່ງອອກ ມາຕ້ອງຕິດສະຫຼາກຕາມເນື້ອໃນທີ່ລະບຸໄວ້ ແລະ ຕ້ອງພິມຂໍ້ຄວາມເປັນພາສາລາວ ແລະ/ຫຼື ພາສາຕ່າງປະເທດທີ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ ເພື່ອ ໃຫ້ຂໍ້ມູນແກ່ຜູ້ບໍລິໂພກ ແລະ ຜູ້ກວດກາຕິດຕາມ | ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 | (not set) | ALL |
| 18 | ຕ້ອງມີການຕິດສະຫຼາກ ຜະລິດຕະພັນທາງການແພດ ທີ່ນໍາເຂົ້າ | TBT | ກະຊວງ ສາທາລະນະສຸກ | ຜະລິດຕະພັນທາງການແພດທີ່ນໍາເຂົ້າມາຕ້ອງຕິດສະຫຼາກຕາມເນື້ອໃນທີ່ລະບຸໄວ້ ແລະ ຕ້ອງພິມຂໍ້ຄວາມເປັນພາສາລາວ ແລະ/ຫຼື ພາສາຕ່າງປະເທດທີ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ ເພື່ອ ໃຫ້ຂໍ້ມູນແກ່ຜູ້ບໍລິໂພກ ແລະ ຜູ້ກວດກາຕິດຕາມ | ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 | (not set) | ALL |
| 19 | ຕ້ອງມີການຕິດສະຫຼາກ ຜະລິດຕະພັນທາງການແພດ ທີ່ສົ່ງອອກ | TBT | ກະຊວງ ສາທາລະນະສຸກ | ຜະລິດຕະພັນທາງການແພດທີ່ສົ່ງອອກມາຕ້ອງຕິດສະຫຼາກຕາມເນື້ອໃນທີ່ລະບຸໄວ້ ແລະ ຕ້ອງພິມຂໍ້ຄວາມເປັນພາສາລາວ ແລະ/ຫຼື ພາສາຕ່າງປະເທດທີ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ ເພື່ອ ໃຫ້ຂໍ້ມູນແກ່ຜູ້ບໍລິໂພກ ແລະ ຜູ້ກວດກາຕິດຕາມ | ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 | (not set) | ALL |
| 20 | ຕ້ອງມີໃບອະນຸຍາດສົ່ງອອກ - ຢາ | ຕ້ອງໄດ້ຮັບອະນຸມັດ | ກະຊວງ ສາທາລະນະສຸກ | ການສົ່ງອອກຢາຕ້ອງໄດ້ຮັບການອະນຸຍາດຈາກກະຊວງສາທາລະນະສຸກ. | ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 | (not set) | ALL |
| 21 | ຕ້ອງມີໃບອະນຸຍາດສົ່ງອອກ - ຜະລິດຕະພັນການແພດ | ຕ້ອງໄດ້ຮັບອະນຸມັດ | ກະຊວງ ສາທາລະນະສຸກ | ການສົ່ງອອກ ຜະລິດຕະພັນການແພດ ຕ້ອງຂໍອະນຸຍາດນໍາກະຊວງສາທາລະນະສຸກ | ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 | (not set) | ALL |
| 22 | ຕ້ອງມີໃບອະນຸຍາດນໍາເຂົ້າ - ຜະລິດຕະພັນເຄື່ອງສໍາອາງ | ຕ້ອງໄດ້ຮັບອະນຸມັດ | ກະຊວງ ສາທາລະນະສຸກ | ການນໍາເຂົ້າຜະລິດຕະພັນເຄື່ອງສໍາອາງຕ້ອງໄດ້ຂໍອະນຸຍາດນໍາ ພະແນກສາທາລະນະສຸກນະຄອນຫຼວງ, ແຂວງ ຕາມທີ່ກໍານົດໄວ້ໃນລະບຽບການທີ່ກ່ຽວຂ້ອງ | (not set) | ALL | |
| 23 | ຕ້ອງມີໃບອະນຸຍາດສົ່ງອອກ - ຜະລິດຕະພັນເຄື່ອງສໍາອາງ | ຕ້ອງໄດ້ຮັບອະນຸມັດ | ກະຊວງ ສາທາລະນະສຸກ | ການສົ່ງອອກຜະລິດຕະພັນເຄື່ອງສໍາອາງຕ້ອງໄດ້ຂໍອະນຸຍາດນໍາ ພະແນກສາທາລະນະສຸກນະຄອນຫຼວງ, ແຂວງ ຕາມທີ່ກໍານົດໄວ້ໃນລະບຽບການທີ່ກ່ຽວຂ້ອງ | (not set) | ALL | |
| 24 | ຕ້ອງໄດ້ຮັບໃບຢັ້ງຢືນວິິໄຈຄຸນນະພາບ - ຢາສົ່ງອອກ | TBT | ກະຊວງ ສາທາລະນະສຸກ | ຢາທີ່ຈະສົ່ງອອກ ແມ່ນຕ້ອງໄດ້ຮັບໃບຢັ້ງຢືນການວິໄຈຄຸນນະພາບ ຈາກສູນວິໄຈອາຫານ ແລະ ຢາ ແຫ່ງຊາດ ຫຼື ຫ້ອງວິໄຈທັງພາຍໃນ ຫຼື ຕ່າງປະເທດ ທີ່ໄດ້ມາດຕະຖານການວິໄຈ ແລະ ຮັບຮູ້ເປັນທາງການຈາກກະຊວງສາທາລະນະສຸກ | ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 | (not set) | ALL |
| 25 | ຕ້ອງໄດ້ຮັບໃບຢັ້ງຢືນວິິໄຈຄຸນນະພາບ - ຜະລິດຕະພັນການແພດສົ່ງອອກ | TBT | ກະຊວງ ສາທາລະນະສຸກ | ຜະລິດຕະພັນການແພດ ທີ່ຈະສົ່ງອອກ ແມ່ນຕ້ອງໄດ້ຮັບໃບຢັ້ງຢືນການວິໄຈຄຸນນະພາບ ຈາກສູນວິໄຈອາຫານ ແລະ ຢາ ແຫ່ງຊາດ ຫຼື ຫ້ອງວິໄຈທັງພາຍໃນ ຫຼື ຕ່າງປະເທດ ທີ່ໄດ້ມາດຕະຖານການວິໄຈ ແລະ ຮັບຮູ້ເປັນທາງການຈາກກະຊວງສາທາລະນະສຸກ | ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 | (not set) | ALL |
| 26 | ຮຽກຮ້ອງໃຫ້ມີການເກັບຮັກສາ - ຢານໍາເຂົ້າ | TBT | ກະຊວງ ສາທາລະນະສຸກ | ຢາ ຕ້ອງເກັບຮັກສາໃນສະຖານທີ່ ທີ່ເໝາະສົມ, ມີສາງເກັບມ້ຽນສະເພາະ, ມີເນື້ອທີ່ພຽງພໍ, ອຸປະກອນຮັບໃຊ້ ແລະ ສິ່ງອໍານວຍຄວາມສະດວກທີ່ເປັນລະບົບ ຕາມຫຼັກການເກັບຮັກສາທີ່ດີ | ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 | (not set) | ALL |
| 27 | ຮຽກຮ້ອງໃຫ້ມີການເກັບຮັກສາ - ຜະລິດຕະພັນການແພດນໍາ | TBT | ກະຊວງ ສາທາລະນະສຸກ | ຜະລິດຕະພັນການແພດ ຕ້ອງເກັບຮັກສາໃນສະຖານທີ່ ທີ່ເໝາະສົມ, ມີສາງເກັບມ້ຽນສະເພາະ, ມີເນື້ອທີ່ພຽງພໍ, ອຸປະກອນຮັບໃຊ້ ແລະ ສິ່ງອໍານວຍຄວາມສະດວກທີ່ເປັນລະບົບ ຕາມຫຼັກການເກັບຮັກສາທີ່ດີ | ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 | (not set) | ALL |
| 28 | ຮຽກຮ້ອງໃຫ້ມີການຂົນສົ່ງ - ຢານໍາເຂົ້າ | TBT | ກະຊວງ ສາທາລະນະສຸກ | ການຂົນສົ່ງ ຢາ ຕ້ອງຮັບປະກັນໃຫ້ມີຄຸນນະພາບ ແລະ ຄວາມປອດໄພ, ໃຫ້ຢູ່ໃນເງື່ອນໄຂທີ່ຄົບຖ້ວນ, ປະຕິບັດ ຫຼັກການ ແລະ ວິທີການຂົນສົ່ງທີ່ດີ ພ້ອມທັງປະກອບບັນດາເອກະສານການຂົນສົ່ງ ແລະ ຫຸ້ມຫໍ່ | ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 | (not set) | ALL |
| 29 | ຮຽກຮ້ອງໃຫ້ມີການຂົນສົ່ງ - ຜະລິດຕະພັນການແພດນໍາເຂົ້າ | TBT | ກະຊວງ ສາທາລະນະສຸກ | ການຂົນສົ່ງ ຜະລິດຕະພັນການແພດ ຕ້ອງຮັບປະກັນໃຫ້ມີຄຸນນະພາບ ແລະ ຄວາມປອດໄພ, ໃຫ້ຢູ່ໃນເງື່ອນໄຂທີ່ຄົບຖ້ວນ, ປະຕິບັດ ຫຼັກການ ແລະ ວິທີການຂົນສົ່ງທີ່ດີ ພ້ອມທັງປະກອບບັນດາເອກະສານການຂົນສົ່ງ ແລະ ຫຸ້ມຫໍ່ | ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 | (not set) | ALL |
| 30 | ການກໍານົດລາຄາຢາ | ທົ່ວໄປ | ກະຊວງ ສາທາລະນະສຸກ | ການກໍານົດລາຄາ ຢາ ຕ້ອງໃຫ້ເຫດສົມຜົນຕາມກົນໄກຕະຫຼາດທີ່ມີການດັດສົມ ແລະ ຄວບຄຸມ ຈາກຂະແໜງ ການສາທາລະນະສຸກ ແລະ ອົງການທີ່ກ່ຽວຂ້ອງຂອງລັດ ເພື່ອໃຫ້ທຸກຄົນໃນສັງຄົມ ສາມາດນໍາໃຊ້ ຢາ ແລະ ຜະລິດຕະພັນການແພດ ໃນລາຄາທີ່ເໝາະສົມ | ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 | (not set) | ALL |
| 31 | ການກໍານົດລາຄາ ຜະລິດຕະພັນການແພດ | ທົ່ວໄປ | ກະຊວງ ສາທາລະນະສຸກ | ການກໍານົດລາຄາ ຜະລິດຕະພັນການແພດ ຕ້ອງໃຫ້ສົມເຫດສົມຜົນຕາມກົນໄກຕະຫຼາດທີ່ມີການດັດສົມ ແລະ ຄວບຄຸມ ຈາກຂະແໜງ ການສາທາລະນະສຸກ ແລະ ອົງການທີ່ກ່ຽວຂ້ອງຂອງລັດ ເພື່ອໃຫ້ທຸກຄົນໃນສັງຄົມ ສາມາດນໍາໃຊ້ ຢາ ແລະ ຜະລິດຕະພັນການແພດ ໃນລາຄາທີ່ເໝາະສົມ | ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 | (not set) | ALL |
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ນິຕິກໍາສະບັບນີ້ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.
PDF