ກໍານົດບັນດາຫຼັກການ, ລະບຽບການ ມາດຕະການໃນການຂຶ້ນທະບຽນຢາຫຼວງ ເພື່ອຮັບປະກັນດ້ານຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພຂອງຜະລິດຕະພັນຢາຫຼວງ ທີ່ຜະລິດພາຍໃນ ແລະ ສົ່ງອອກ - ນໍາເຂົ້າ ເພື່ອຈໍລະຈອນຈໍາໜ່າຍພາຍໃນ ແລະ ຕ່າງປະເທດ ໂດຍໃຫ້ສອດຄ່ອງຕາມມາດຕະຖານ, ລະບຽບການຂອງພາກພື້ນ ແລະ ສາກົນ.
| # | ຫົວຂໍ້ | ດາວໂຫຼດ |
|---|---|---|
| 1 | ຂໍ້ຕົກລົງ ວ່າດ້ວຍການຂຶ້ນທະບຽນຢາຫຼວງ ເລກທີ 0622/ສທ; ລົງວັນທີ 02 ເມສາ 2025 | PDF |
ມາດຕະການ / ມາດຕະຖານ
| # | ຊື່ | ປະເພດ | ອົງກອນ | ລາຍລະອຽດ | ກົດໝາຍ | ສຶ້ນສຸດ | ໃຊ້ກັບ |
|---|---|---|---|---|---|---|---|
| 1 | ຮຽກຮອ້ງໃຫ້ມີການຂຶ້ນທະບຽນ ຫຼື ຈົດແຈ້ງກ່ອນການນຳເຂົ້າຢາ | ຮຽກຮ້ອງໃຫ້ມີການຈົດທະບຽນ | ກະຊວງ ສາທາລະນະສຸກ | ການນໍາເຂົ້າ ຢາ ແມ່ນຮຽກຮ້ອງໃຫ້ມີການຂຶ້ນ ທະບຽນ ຫຼື ຈົດແຈ້ງ ນໍາກະຊວງສາທາລະນະສຸກ ເພື່ອຄຸ້ມຄອງ, ຕິດຕາມ, ກວດກາຂຶ້ນທະບຽນ ຈົດແຈ້ງຢາ ໂດຍການແຈ້ງຊື່, ສ່ວນປະກອບ ຫຼື ສູດຕໍາລາ ຂອງຜະລິດຕະພັນ ຈາກຜູ້ຜະລິດ, ຮູບແບບ, ຄວາມແຮງ, ຫົວໜ່ວຍຫຸ້ມຫໍ່, ລະຫັດສາກົນ, ແຫຼ່ງທີ່ມາ ແລະ ຂໍ້ມູນທີ່ກ່ຽວກັບຢາ ເພື່ອຮັບປະກັນມາດຕະຖານ, ຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ |
|
9999-12-31 | ALL |
| 2 | ຮຽກຮ້ອງໃຫ້ຕິດສະຫຼາກຢານໍາເຂົ້າ | TBT | ກະຊວງ ສາທາລະນະສຸກ | ຢາທີ່ນໍາເຂົ້າມາຕ້ອງຕິດສະຫຼາກຕາມເນື້ອໃນທີ່ລະບຸໄວ້ ແລະ ຕ້ອງພິມຂໍ້ຄວາມເປັນພາສາລາວ ແລະ/ຫຼື ພາສາຕ່າງປະເທດທີ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ ເພື່ອໃຫ້ຂໍ້ມູນແກ່ຜູ້ບໍລິໂພກ ແລະ ຜູ້ກວດກາຕິດຕາມ | 9999-12-31 | ALL |
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ນິຕິກໍາສະບັບນີ້ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.
PDF