ກະຊວງອຸດສາຫະກໍາ ແລະ ການຄ້າ

ຫ້ອງການ 

ເລກທີ 3572/ຫກ

 ນະຄອນຫຼວງວຽງຈັນ, ວັນທີ. 21 ກັນຍາ 2026

 

ແຈ້ງການ

 

ເຖິງ:

  • ຫ້ອງການ, ກະຊວງການຕ່າງປະເທດ
  • ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ ແລະ ການຄ້າ
  • ກົມພາສີ ກະຊວງການເງິນ
  • ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ
  • ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ
  • ບັນດາ ວິສາຫະກິດ/ໂຄງການ, ສະຖານທູດ ແລະ ອົງການຈັດຕັ້ງສາກົນ

ເລື່ອງ:

ການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (NSWA+)ໃນການອອກໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ຮູບແບບຍົກເວັ້ນພາສີ-ອາກອນນຳເຂົ້າຖາວອນ ແລະ ຊົ່ວຄາວ.

  • ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການ ສະບັບເລກທີ 1990/ອຄ, ລົງວັນທີ 09 ກັນຍາ 2025;
  • ອີງຕາມ ແຈ້ງການ ກ່ຽວກັບການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (NSWA+) ເຂົ້າສູ່ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າ ສະບັບເລກທີ 1167/ຫກ, ລົງວັນທີ 12 ພຶດສະພາ 2022.

ເພື່ອເຮັດໃຫ້ການຄຸ້ມຄອງການນໍາເຂົ້າຍານພາຫະນະທາງບົກ ຮູບແບບຍົກເວັ້ນພາສີ-ອາກອນນຳເຂົ້າຖາວອນ ແລະ ຊົ່ວຄາວ ໃຫ້ເຂົ້າສູ່ລະບົບ, ເປັນເອກະພາບ, ສອດຄ່ອງຕາມລະບຽບກົດໝາຍ ແລະ ຫຼັກການການຄ້າສາກົນ, ຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍຖືເປັນກຽດແຈ້ງມາຍັງບັນດາຂະແໜງການກ່ຽວຂ້ອງ, ບໍລິສັດ/ໂຄງການ, ສະຖານທູດ ແລະ ອົງການຈັດຕັ້ງສາກົນ ທີ່ມີຈຸດປະສົງນໍາເຂົ້າຍານພາຫະນະທາງບົກດ້ວຍຮູບແບບດັ່ງກ່າວ ຊາບ ແລະ ປະຕິບັດ ດັ່ງນີ້:

  1. ເລີ່ມວັນທີ 21 ກັນຍາ 2026 ເປັນຕົ້ນໄປ ການຂໍອະນຸຍາດນໍາເຂົ້າຍານພາຫະນະທາງບົກ ຮູບແບບຍົກເວັ້ນພາສີ-ອາກອນນຳເຂົ້າຖາວອນ ແລະ ຊົ່ວຄາວ ຕ້ອງຂໍອະນຸຍາດຜ່ານລະບົບ NSWA+ ເທົ່ານັ້ນ.
  2. ການຂໍອະນຸຍາດນໍາເຂົ້າແຕ່ລະຄັັ້ງ ຕ້ອງໂຫຼດ (Upload) ເອກະສານໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ຈັດລຽງຕາມລໍາດັບ ເຂົ້າໃນລະບົບ NSWA+ ຕາມແຕ່ລະກໍລະນີ ດັ່ງນີ້:
  3.  ການນໍາເຂົ້າຖາວອນ ຫຼື ຊົ່ວຄາວ ຮູບແບບຍົກເວັ້ນພາສີ-ອາກອນ ຂອງວິສາຫະກິດ:
  4. ໃບທະບຽນວິສາຫະກິດ;
  5. ໃບຢັ້ງຢືນການມອບພັນອາກອນປະຈໍາປີລ່າສຸດ ຫຼື ເອກະສານຢັ້ງຢືນຈາກພາກສ່ວນສ່ວຍສາອາກອນ;
  6. ໃບອະນຸຍາດດໍາເນີນທຸລະກິດ;
  7. ຂໍ້ຕົກລົງຮັບຮອງແຜນນໍາເຂົ້າຈາກຂະແໜງການທີ່ຮັບຜິດຊອບ (Master List);
  8. ໃບຢັ້ງຢືນການລົງທະບຽນ ຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ;
  9. ໃບຕິດຕາມການຫັກລົບຕາມຂໍ້ຕົກລົງແຜນການນໍາເຂົ້າ (Master List) ຕາມແບບພິມຂອງກົມການຄ້າຕ່າງປະເທດ (ກໍລະນີທີ່ບໍລິສັດເຄີຍມີການນໍາເຂົ້າໃນຮູບແບບເຈ້ຍສໍ ກ່ອນການນໍາໃຊ້ລະບົບ NSWA+);
  10. ສໍາເນົາໃບແຈ້ງລາຄາສິນຄ້າ (Invoice) ແລະ ໃບລາຍການຫຸ້ມຫໍ່ (Packing List);
  11. ໃບອະນຸຍາດນໍາເຂົ້າທາງດ້ານເຕັກນິກຍານພາຫະນະ (ສະເພາະຍານພາຫະນະທີ່ນໍາໃຊ້ແລ້ວ ແລະ ນໍາເຂົ້າຊົ່ວຄາວ).

 

  1.  ການນໍາເຂົ້າຊົ່ວຄາວ ຮູບແບບຍົກເວັ້ນພາສີ-ອາກອນ ຂອງສະຖານທູດ ແລະ ອົງການຈັດຕັ້ງສາກົນ:
  1. ຂໍ້ຕົກລົງອະນຸມັດການນໍາເຂົ້າຍານພາຫະນະຂອງກະຊວງການຕ່າງປະເທດ ຫຼື ພາກລັດທີ່ກ່ຽວຂ້ອງ;
  2. ໃບແຈ້ງລາຄາສິນຄ້າ (Invoice) ແລະ ໃບລາຍການຫຸ້ມຫໍ່ (Packing List);
  3. ສໍາເນົາໃບແຈ້ງລາຄາສິນຄ້າ (Invoice) ແລະ ໃບລາຍການຫຸ້ມຫໍ່ (Packing List).
  4. ໃຫ້ບັນດາ ວິສາຫະກິດ, ສະຖານທູດ ແລະ ອົງການຈັດຕັ້ງສາກົນ ທີ່ມີຈຸດປະສົງນໍາເຂົ້າຍານພາຫະນະທາງບົກ ທົ່ວປະເທດ ຮີບຮ້ອນສະເໜີຫາ ບໍລິສັດ BIVAC (ຜູ້ພັດທະນາລະບົບ) ເພື່ອຝຶກອົບຮົມການນໍາໃຊ້ລະບົບ NSWA+ ແລະ ຂໍລະຫັດຜູ້ນໍາໃຊ້ລະບົບດັ່ງກ່າວ.
  5. ໃຫ້ກົມການຄ້າຕ່າງປະເທດ ສົມທົບກັບກົມພາສີ, ກະຊວງການເງິນ; ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ; ບໍລິສັດ BIVAC ແລະ ພາກສ່ວນກ່ຽວຂ້ອງ ເຜີຍແຜ່ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ.
  6. ແຈ້ງການສະບັບນີ້ປ່ຽນແທນ ແຈ້ງການ ຂອງຫ້ອງການກະຊວງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 3292/ຫກ, ລົງວັນທີ 11 ພະຈິກ 2025 (ສະເພາະພາກທີ່ກ່ຽວກັບການປະກອບເອກະສານຂໍອະນຸຍາດນໍາເຂົ້າ).
  7. ແຈ້ງການສະບັບນີ້ມີຜົນບັງຄັບໃຊ້ ນັບແຕ່ວັນທີ 21 ກັນຍາ 2026 ເປັນຕົ້ນໄປ.

                                                                                                         ຫົວໜ້າຫ້ອງການ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.